ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
ໜັງສືພາສາລາວ (1993-2026)
ອອກຈາກລະບົບ
ເຂົ້າສູ່ລະບົບ
ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ຍິນດີຕ້ອນຮັບ
ນີ້ແມ່ນເຄື່ອງມືຄົ້ນຄວ້າຂໍ້ມູນຈາກໜັງສືຂອງພະຍານພະເຢໂຫວາໃນພາສາຕ່າງໆ.
ຖ້າຕ້ອງການດາວໂຫຼດສິ່ງພິມ ເຊີນເຂົ້າໄປທີ່ jw.org
  • ມື້ນີ້

ວັນ​ຈັນ​ທີ 26 ມັງກອນ

ໃຫ້​ເມດຕາ​ກັນ.—ອຟຊ. 4:32

ເຈົ້າ​ກັບ​ແຟນ​ເຮັດ​ແນວ​ໃດ​ເມື່ອ​ມີ​ບັນຫາ​ແລະ​ຜິດ​ກັນ​ເປັນ​ບາງ​ເທື່ອ? ນີ້​ໝາຍ​ຄວາມ​ວ່າ​ພວກ​ເຈົ້າ​ໄປ​ກັນ​ບໍ່​ລອດ​ບໍ? ບໍ່​ແມ່ນ​ແບບ​ນັ້ນ​ສະເໝີ​ໄປ ຍ້ອນ​ບໍ່​ມີ​ຄູ່​ໃດ​ຈະ​ເຫັນດີ​ນຳ​ກັນ​ທຸກ​ເລື່ອງ. ຜົວ​ເມຍ​ທີ່​ຮັກ​ກັນ​ຫຼາຍ​ຈະ​ໃຫ້​ກຽດ​ກັນ​ແລະ​ເຕັມໃຈ​ປັບ​ປ່ຽນ​ເພື່ອ​ເຮັດ​ສິ່ງ​ທີ່​ອີກ​ຝ່າຍ​ໜຶ່ງ​ມັກ. ດັ່ງນັ້ນ ວິທີ​ທີ່​ເຈົ້າ​ພະຍາຍາມ​ແກ້ໄຂ​ບັນຫາ​ໃນ​ຕອນນີ້​ຈະ​ເຮັດ​ໃຫ້​ຮູ້​ວ່າ​ຊີວິດ​ຄູ່​ຂອງ​ເຈົ້າ​ຈະ​ປະສົບ​ຜົນ​ສຳເລັດ​ຫຼື​ບໍ່. ໃຫ້​ແຕ່​ລະ​ຄົນ​ຖາມ​ໂຕເອງ​ວ່າ: ‘ເຮົາ​ລົມ​ກັນ​ແບບ​ໃຈ​ເຢັນໆ​ແລະ​ໃຫ້​ກຽດ​ກັນ​ບໍ? ເຮົາ​ຍອມຮັບ​ຜິດ​ແລະ​ພະຍາຍາມ​ປັບປຸງ​ໂຕເອງ​ໃຫ້​ດີ​ຂຶ້ນ​ບໍ? ເຮົາ​ຟ້າວ​ຂໍໂທດ ຍອມ​ກັນ ແລະ​ຍົກໂທດ​ໃຫ້​ກັນ​ບໍ?’ (ອຟຊ. 4:31) ແຕ່​ຖ້າ​ເຈົ້າ​ສອງ​ຄົນ​ມີ​ບັນຫາ​ແລະ​ຜິດ​ກັນ​ຕະຫຼອດ​ຕອນ​ທີ່​ເປັນ​ແຟນ​ກັນ ຢ່າ​ຄິດ​ວ່າ​ມັນ​ຊິ​ດີ​ຂຶ້ນ​ຫຼັງ​ຈາກ​ແຕ່ງດອງ. ຖ້າ​ເຈົ້າ​ເຫັນ​ແລ້ວ​ວ່າ​ເຈົ້າ​ກັບ​ລາວ​ເຂົ້າ​ກັນ​ບໍ່​ໄດ້ ການ​ເຊົາ​ເປັນ​ແຟນ​ກັນ​ອາດ​ເປັນ​ການ​ຕັດສິນໃຈ​ທີ່​ດີ​ທີ່​ສຸດ​ສຳລັບ​ທັງ​ສອງ​ຄົນ. ຫ24.05 ໜ້າ 29 ຂໍ້ 12

ການ​ພິຈາລະນາ​ຂໍ້​ພະຄຳພີ​ປະຈຳ​ວັນ—2026

ວັນ​ອັງຄານ​ທີ 27 ມັງກອນ

ຂໍ​ໃຫ້​ພະ​ເຢໂຫວາ​ຜູ້​ເປັນ​ຫີນ​ຜາ​ຂອງ​ຂ້ອຍ​ໄດ້​ຮັບ​ການ​ສັນລະເສີນ. ພະອົງ​ເປັນ​ຜູ້​ທີ່​ຝຶກ​ມື​ຂອງ​ຂ້ອຍ​ໃຫ້​ເຮັດ​ສົງຄາມ.—ພສ. 144:1

ຖ້າ​ເຮົາ​ເຊື່ອຟັງ​ພະ​ເຢໂຫວາ​ທຸກ​ເລື່ອງ​ແລະ​ຕັດສິນໃຈ​ໂດຍ​ອາໄສ​ຫຼັກການ​ທີ່​ມາ​ຈາກ​ຄຳພີ​ໄບເບິນ ເຮົາ​ຈະ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ຄົນ​ອື່ນ. ເມື່ອ​ເຮົາ​ອ່ານ​ແລະ​ຄົ້ນຄວ້າ​ຄຳພີ​ໄບເບິນ​ແລະ​ເສີມສ້າງ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ ເຮົາ​ຈະ​ສັດຊື່​ຕໍ່​ພະ​ເຢໂຫວາ​ແລະ​ເຮັດ​ຕາມ​ມາດຕະຖານ​ຂອງ​ເພິ່ນ. ເຮົາ​ຈະ​ບໍ່​ເປັນ​ຄົນ​ໂລເລ ບໍ່​ເປັນ​ຄົນ​ບໍ່​ແນ່​ບໍ່​ນອນ ຫຼື​ບໍ່​ຄ້ອຍ​ໄປ​ນຳ​ຄຳສອນ​ຜິດໆ​ຫຼື​ຄິດ​ຄື​ກັບ​ຄົນ​ທົ່ວໄປ​ໃນ​ໂລກ. (ອຟຊ. 4:14; ຢກບ. 1:6-8) ນອກ​ຈາກ​ນັ້ນ ເຮົາ​ຍັງ​ສາມາດ​ຊ່ວຍ​ຄົນ​ອື່ນ​ທີ່​ອາດ​ເຈິ​ບັນຫາ​ໄດ້​ນຳ. (1ທຊ. 3:2, 3) ຜູ້​ເບິ່ງແຍງ​ຕ້ອງ​ເປັນ​ຄົນ​ທີ່​ຄວບຄຸມ​ໂຕເອງ​ໄດ້​ໃນ​ທຸກ​ດ້ານ ມີ​ສະຕິ​ຮອບຄອບ ມີ​ລະບຽບ ແລະ​ມີ​ເຫດຜົນ. ເມື່ອ​ຜູ້​ເບິ່ງແຍງ “ຍຶດ​ໝັ້ນ​ກັບ​ຖ້ອຍຄຳ​ທີ່​ເປັນ​ຄວາມ​ຈິງ” ເຂົາເຈົ້າ​ກໍ​ຈະ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ພີ່ນ້ອງ. (ຕຕ. 1:9; 1ຕມ. 3:1-3) ຜູ້​ເບິ່ງແຍງ​ຈະ​ຊ່ວຍ​ພີ່ນ້ອງ​ໃຫ້​ເຂົ້າ​ຮ່ວມ​ການ​ປະຊຸມ ໄປ​ປະກາດ ແລະ​ສຶກສາ​ສ່ວນ​ໂຕ​ເປັນ​ປະຈຳ ຖ້າ​ເຂົາເຈົ້າ​ໄປ​ຢາມ​ເພື່ອ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ແລະ​ເປັນ​ຕົວຢ່າງ​ທີ່​ດີ​ໃນ​ເລື່ອງ​ເຫຼົ່າ​ນີ້. ເມື່ອ​ພີ່ນ້ອງ​ມີ​ບັນຫາ​ທີ່​ເຮັດ​ໃຫ້​ອຸກໃຈ ຜູ້​ເບິ່ງແຍງ​ສາມາດ​ຊ່ວຍ​ເຂົາເຈົ້າ​ໃຫ້​ໄວ້ໃຈ​ພະ​ເຢໂຫວາ​ແລະ​ຄິດ​ເຖິງ​ຄຳ​ສັນຍາ​ຂອງ​ເພິ່ນ​ສະເໝີ. ຫ24.06 ໜ້າ 31 ຂໍ້ 16-18

ການ​ພິຈາລະນາ​ຂໍ້​ພະຄຳພີ​ປະຈຳ​ວັນ—2026

ວັນ​ພຸດ​ທີ 28 ມັງກອນ

ໃຫ້​ກັບໃຈ ຍ້ອນ​ການ​ປົກຄອງ​ຂອງ​ພະເຈົ້າ​ໃກ້​ຈະ​ມາ​ແລ້ວ.—ມທ. 4:17

ຕອນ​ທີ່​ພະ​ເຢຊູ​ຮັບໃຊ້​ຢູ່​ໂລກ​ນີ້ ເພິ່ນ​ສອນ​ຜູ້​ຄົນ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ພ້ອມ​ຈະ​ໃຫ້​ອະໄພ. ໃຫ້​ເບິ່ງ​ຕົວຢ່າງ​ປຽບທຽບ​ເລື່ອງ​ລູກ​ທີ່​ຫຼົງ​ທາງ. ລູກ​ຜູ້​ນີ້​ເລືອກ​ທີ່​ຈະ​ໃຊ້​ຊີວິດ​ແບບ​ເສເພ​ໄລຍະ​ໜຶ່ງ. ແຕ່​ຫຼັງ​ຈາກ​ນັ້ນ ລາວ​ກໍ “ເລີ່ມ​ສຳນຶກ​ໂຕ” ແລະ​ກັບ​ມາ​ເຮືອນ. ພໍ່​ຂອງ​ລາວ​ຮູ້ສຶກ​ແນວ​ໃດ? ພະ​ເຢຊູ​ເວົ້າ​ວ່າ ຕອນ​ທີ່​ລູກ “ຍັງ​ຢູ່​ໄກໆ ພໍ່​ກໍ​ແນມ​ເຫັນ . . . ພໍ່​ຈຶ່ງ​ແລ່ນ​ໄປ​ຫາ ທັງ​ກອດ​ແລະ​ຈູບ​ລາວ.” ລູກ​ຊາຍ​ຜູ້​ນີ້​ບໍ່​ໄດ້​ຄາດໝາຍ​ວ່າ​ພໍ່​ຈະ​ຍົກໂທດ​ໃຫ້ ລາວ​ຈຶ່ງ​ຂໍ​ເປັນ​ຄົນ​ຮັບໃຊ້​ຢູ່​ເຮືອນ​ຂອງ​ພໍ່. ແຕ່​ພໍ່​ກໍ​ພ້ອມ​ທີ່​ຈະ​ຍົກໂທດ​ໃຫ້​ລາວ ຮັບ​ລາວ​ກັບ​ເຂົ້າ​ມາ​ໃນ​ຄອບຄົວ ແລະ​ເອີ້ນ​ລາວ​ວ່າ: “ລູກ​ຂອງ​ຂ້ອຍ​ຜູ້​ນີ້.” ພໍ່​ເວົ້າ​ວ່າ: “ລາວ​ເຄີຍ​ຫຼົງ​ທາງ ແຕ່​ຕອນນີ້​ລາວ​ກັບ​ມາ​ແລ້ວ.” (ລກ. 15:11-32) ຕອນ​ທີ່​ພະ​ເຢຊູ​ມີ​ຊີວິດ​ຢູ່​ໃນ​ສະຫວັນ​ກ່ອນ​ທີ່​ເພິ່ນ​ຈະ​ມາ​ໂລກ​ນີ້ ມີ​ຫຼາຍ​ເທື່ອ​ທີ່​ເພິ່ນ​ໄດ້​ເຫັນ​ວ່າ​ພໍ່​ຂອງ​ເພິ່ນ​ສະແດງ​ຄວາມ​ເຫັນອົກເຫັນໃຈ​ແລະ​ພ້ອມ​ທີ່​ຈະ​ຍົກໂທດ​ໃຫ້​ຄົນ​ເຮັດ​ຜິດ​ທີ່​ກັບໃຈ. ຕົວຢ່າງ​ປຽບທຽບ​ຂອງ​ພະ​ເຢຊູ​ເຮັດ​ໃຫ້​ເຮົາ​ອົບອຸ່ນ​ໃຈ​ແລະ​ເຮັດ​ໃຫ້​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ເມດຕາ​ແທ້ໆ. ຫ24.08 ໜ້າ 11 ຂໍ້ 11-12

ການ​ພິຈາລະນາ​ຂໍ້​ພະຄຳພີ​ປະຈຳ​ວັນ—2026
ຍິນດີຕ້ອນຮັບ
ນີ້ແມ່ນເຄື່ອງມືຄົ້ນຄວ້າຂໍ້ມູນຈາກໜັງສືຂອງພະຍານພະເຢໂຫວາໃນພາສາຕ່າງໆ.
ຖ້າຕ້ອງການດາວໂຫຼດສິ່ງພິມ ເຊີນເຂົ້າໄປທີ່ jw.org
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2026 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌